ຄຣິສເຕຍໂນ ໂຣນັລໂດ ກອງໜ້າຂອງ ຣີລ ມາດຣິດ ອອກມາຍອມຮັບວ່າ: ໂມຮາເໝັດ ຊາລາ ກອງໜ້າຂອງ ລິເວີພູລ ຈະເປັນຄູ່ແຂ່ງສໍາຄັນ ໃນການຍາດແຍ່ງລາງວັນບັລລົງດໍ ຫຼື ໝາກບານຄໍາ.
ກ່ອນບານໂລກ ຈະເລີ່ມຂຶ້ນໃນວັນທີ 14 ມິຖຸນາ 2018 ຢ່າງເປັນທາງການ ໂຣນັລໂດ ກ່າວເຖິງ ຊາລາວ ວ່າ: ຊາລາ ເປັນໜຶ່ງໃນຄູ່ແຂ່ງທີ່ສໍາຄັນໃນປີນີ້, ຂ້ອຍຫວັງວ່າ ອາການບາດເຈັບ ໃນຮອບຊີງຊະນະເລີດ ຢູຟາ ແຊ້ມປ້ຽນລີກ ຈະບໍ່ເຮັດໃຫ້ລາວພາດລົງແຂ່ງຂັນບານໂລກ 2018.
“ ເຊິ່ງມີຫຼາຍຄົນເວົ້າເຖິງ ໂຣນັລໂດ – ເມສຊີ ທີ່ເປັນຄູ່ແຂ່ງກັນໃນການຍາດລາງວັນດັ່ງກ່າວ, ແຕ່ມີນັກເຕະຄົນອື່ນທ ທີ່ມີໂອກາດຈະເຂົ້າມາຮ່ວມ, ເຊິ່ງ ຊາລາ ກໍ່ເປັນໜຶ່ງໃນນັ້ນ ” ໂຣນັລໂດ ກ່າວ.

