ທ່ານສີຈິ້ນຜິງ ແລະ ແມ່ … ເລື່ອງລັບທີ່ຫຼາຍຄົນຍັງບໍ່ຮູ້

0
69

ຢູ່ໃນຫ້ອງໜັງສືຂອງທ່ານເລຂາທິການໃຫຍ່ສີຈິ້ນຜິງ, ມີຮູບຖ່າຍໃບໜຶ່ງເຊິ່ງໄດ້ບັນທຶກຄວາມຊົງຈຳເມື່ອຄັ້ງທ່ານສີຈິ້ນຜິງຈູງມືກັບທ່ານນາງຊີຊິນຜູ້ເປັນແມ່ຍ່າງຫຼິ້ນຢູ່ໃນສວນສາທາລະນະ.
ກະຕັນຍູຕໍ່ພໍ່ແມ່, ຖືສຳຄັນນຳຄວາມຮັກແພງໃນຄອບຄົວ “ແມ່ນຄວາມຮູ້ສຶກຕໍ່ຄອບຄົວທີ່ທ່ານສີຈິ້ນຜິງຍຶດໝັ້ນໄວ້ໃນໃຈສະເໝີ.”

ຄວາມເປັນຫ່ວງຂອງແມ່: “ດວງໃຈຂອງແມ່”

ພໍ່ແມ່ຂອງທ່ານສີຈິ້ນຜິງເປັນນັກປະຕິວັດເກົ່າ ແລະສະມາຊິກພັກຜູ້ອາວຸໂສ. ປີ 1962 ທ່ານຊີຈຸ້ງຊຸນພໍ່ຂອງທ່ານສີຈິ້ນຜິງຖືກໃສ່ຮ້າຍທາງດ້ານວຽກງານ, ແມ່ຈິ່ງພາສີຢວນຜິງທີ່ເປັນລູກຫຼ້າໄປເຮັດວຽກຢູ່ນິຄົມກະເສດແຫ່ງໜຶ່ງທີ່ແຂວງເຫີໜານ, ເອື້ອຍຂອງທ່ານສີຈິ້ນຜິງສອງຄົນຖືກສົ່ງໄປອອກແຮງງານຢູ່ຄ້າຍທະຫານທີ່ຫ່າງໄກສອກຫຼີກ, ທ່ານສີຈິ້ນຜິງເອງກໍ່ໄດ້ເດີນທາງໄປອອກແຮງງານທີ່ພາກເໜືອແຂວງສ້ານຊີ.ສະມາຊິກໃນຄອບຄົວດຽວກັນຈຳເປັນຕ້ອງພັດພາກຈາກກັນໄປຢູ່ຄົນລະບ່ອນລະທີ່ ຜູ້ເປັນກໍ່ສຸດທີ່ເປັນຫ່ວງນຳລູກທຸກຄົນ, ແມ່ໄດ້ຫຍິບຖົງໃສ່ດ້າຍ ແລະ ເຂັມຖົງໜຶ່ງ ຢູ່ເທິງຖົງແມ່ໄດ້ແສ່ວສະຫຼັກໂຕໜັງສືຈີນສີແດງ 3 ໂຕໄວ້ຄື: “ດວງໃຈຂອງແມ່”.

ໃນງານສະເຫຼີມສະຫຼອງບຸນກຸດຈີນປີ 2015 ທ່ານສີຈິ້ນຜິງໄດ້ອ່ານກະວີເລື່ອງ ລູກຜູ້ອອກເດີນທາງໄກທີ່ແຕ່ງໂດຍທ່ານເມິ້ງຮ້າວຣານນັກກະວີລາດຊະວົງຖັງຂອງຈີນທີ່ໄດ້ຂຽນວ່າ:ແມ່ຈັບເອົາເຂັມແລະເສັ້ນດ້າຍ ຫຍິບເຄື່ອງນຸ່ງໃຫ້ລູກຜູ້ທີ່ຈະເດີນທາງໄປໄກ, ແມ່ຫຍິບຢ່າງລະອຽດປານີດພາວະນາໃຫ້ລູກຈົ່ງໄດ້ກັບຄືນມາ ໄວໆ.ທ່ານກ່າວວ່າ, ບົດກະວີບົດນີ້ໄດ້ສະແດງໃຫ້ເຫັນເຖິງຄວາມຮັກແພງໃນຄອບຄົວຂອງປະຊາຊົນຈີນຢ່າງເລິກເຊິ່ງ.

ໃນວັນເວລາທີ່ເຮັດວຽກຢູ່ພາກເໜືອແຂວງສ້ານຊີ, ທ່ານສີຈິ້ນຜິງບໍ່ໄດ້ເຮັດໃຫ້ແມ່ຜິດຫວັງ, ທ່ານໄດ້ຮຽນຮູ້ຫຼາຍສິ່ງຫຼາຍຢ່າງເຊັ່ນການປູກຝັງ, ການຂົນສົ່ງຖ່ານຫີນ, ການສ້າງເຂື່ອນນ້ຳ ແລະຫາບຝຸ່ນຊີວະພາບເພື່ອນຳໄປໃສ່ສິ່ງປູກຝັງ, ທ່ານໄດ້ທົນຕໍ່ຄວາມທຸກຍາກທຸກຢ່າງ.7 ປີທີ່ດຳລົງຊີວິດຢູ່ຊົນນະບົດ, ເຮັດໃຫ້ທ່ານໄດ້ຜູກພັນມິດຕະພາບແລະສ້າງຄວາມຮັກແພງກັບພີ່ນ້ອງຊາວບ້ານຢູ່ຊົນນະບົດແຂວງສ້ານຊີ.ປີ 1975 ທ່ານສີຈິ້ນຜິງໄດ້ຮັບການສະເໜີໄປຮຽນຢູ່ມະຫາວິທະຍາໄລຊິງຮວາ, ໃນມື້ທີ່ທ່ານຈາກໄປ, ປະຊາຊົນຈຳນວນຫຼາຍຢູ່ບ້ານຊົນນະບົດແຫ່ງນັ້ນໄພໄດ້ພາກັນມາສົ່ງອຳລາດ້ວຍຄວາມຄິດຮອດ.

ເມື່ອລາຈາກແຂວງສ້ານຊີໄປ, ທ່ານສີຈິ້ນຜິງໄດ້ເອົາຖົງໃສ່ເຂັມທີ່ແມ່ຂອງເພິ່ນຫຍິບໃຫ້ນັ້ນ ມອບໃຫ້ໝູ່ເຮືອນໃຫ້ຄຽງຊື່ ຈ່າງເວີ້ຍຜາງເກັບໄວ້ເພື່ອເປັນທີ່ລະນຶກ, ທ່ານໄດ້ເວົ້າວ່າ:ເຖິງວ່າ ຂ້ອຍໄດ້ລາຈາກໄປ, ແຕ່ຈິດໃຈຂອງຂ້ອຍຍັງຢູ່ທີ່ແຫ່ງນີ້ຄືເກົ່າ.

ຄຳຝາກຂອງແມ່: ຕອບບຸນແທນຄຸນປະເທດຊາດ

“ທຸກຄອບຄົວຄວນຖືສຳຄັນຕໍ່ການສິດສອນ ການປະພຶດ, ການສອນຄວາມຮູ້ ແລະ ສ້າງຄຸນສົມບັດ, ເພື່ອຊ່ວຍພວກເດັກໆໃຫ້ພວກເຂົາຢ່ວງບາດກ້າວທຳອິດແຫ່ງຊີວິດອອກໄປໃຫ້ດີ.” ທ່ານສີຈິ້ນຜິງມີຄວາມຮູ້ສຶກຢ່າງເລິກເຊິ່ງຕໍ່ຄວາມສຳຄັນຂອງການສິດສອນອົບຮົມເດັກຂອງສະຖາບັນຄອບຄົວ, ເຊິ່ງຄວາມຮັບຜິດຊອບຕໍ່ປະເທດຊາດຂອງທ່ານກໍ່ແມ່ນຄ່ອຍໆຈໍ່ຕົວຂຶ້ນຈາກການສິດສອນຄອບຄົວມາແຕ່ນ້ອຍ.

ທ່ານສີຈິ້ນຜິງມັກຈະຫວນຄືນອະດີດເມື່ອຄາວຍັງດຳລົງຊີວິດຢູ່ກັບແມ່ຂອງຕົນເອງເລື້ອຍໆ ເຊິ່ງຢູ່ໃນບົດບັນທຶກຂອງທ່ານ, ທ່ານໄດ້ຂຽນວ່າ, ເມື່ອຕອນທີ່ຕົນເອງອາຍຸ 5-6 ປີ ແມ່ເຮັດວຽກຢູ່ໂຮງ ຮຽນສູນກາງພັກ, ຢູ່ລະຫວ່າງທາງ ໄປໂຮງຮຽນ ມີຮ້ານຂາຍປຶ້ມແຫ່ງໜຶ່ງ, ໃນເວລາຂ້ອຍຂີ້ຄ້ານບໍ່ຢາກຍ່າງ, ແມ່ກໍ່ຈະເຈ່ຍຂ້ອຍ ແລ້ວເຂົ້າໄປໃນຮ້ານຂາຍປຶ້ມແຫ່ງນັ້ນເພື່ອຊື້ປຶ້ມປະກອບຮູບກ່ຽວກັບຢ້ວຍເຟີຍໃຫ້ຂ້ອຍອ່ານ.” ເມື່ອຊື້ປຶ້ມມາແລ້ວ, ແມ່ກໍ່ເລົ່າເລື່ອງແມ່ຂອງຢ້ວຍເຟີຍສັກຕົວໜັງສືດ້ວຍເຂັມໃສ່ຫຼັງຂອງຢ້ວຍເຟີຍເພື່ອໃຫ້ຢ້ວຍເຟີຍຮູ້ບຸນຄຸນແລະຕອບແທນປະເທດຊາດ.”ຂ້ອຍວ່າ ສັກລາຍໃສ່ທາງຫຼັງ ບໍ່ເຈັບຫຼາຍບໍ! ແມ່ຕອບວ່າ, ເຈັບແທ້, ແຕ່ກໍ່ຈົດຈຳໄວ້ໃນໃຈໄດ້ດີ.” ຄຳວ່າ “ຕອບບຸນແທນຄຸນປະເທດຊາດ” ກໍ່ໄດ້ເຮັດໃຫ້ທ່ານສີຈິ້ນຜິງຈົດຈຳໄວ້ຈົນກາຍເປັນເປົ້າໝາຍໃນຊີວິດຂອງທ່ານ.

ຄຳເຕືອນຂອງແມ່: ຕ້ອງເຂັ້ມງວດຕໍ່ຕົນເອງ

ທ່ານນາງຊີຊິນຜູ້ທີ່ຖືສຳຄັນນຳເລື່ອງການສຶກສາອົບຮົມຂອງສະຖາບັນຄອບຄົວນັ້ນໄດ້ສົ່ງຜົນສະທ້ອນຢ່າງເລິກເຊິ່ງໄປສູ່ທ່ານສີຈິ້ນຜິງໃນຕະຫຼອດໄລຍະການເຕີບໂຕ, ເພິ່ນໄດ້ຂຽນຈົດໝາຍໄປຫາທ່ານສີຈິ້ນຜິງທີ່ດຳລົງຕຳແໜ່ງການນຳຢູ່ຕ່າງແຂວງເລື້ອຍໆ ເພື່ອບອກສອນລະບຽບການຂອງຄອບຄົວ ໂດຍກ່າວວ່າ ການມີຕຳແໜ່ງສູງ ຍິ່ງຕ້ອງມີຄວາມເຂັ້ມງວດຕໍ່ຕົນເອງ.ທ່ານນາງຊີຊິນຍັງໄດ້ຮຽກສະມາຊິກທຸກຄົນໃນຄອບຄົວ ມາປະຊຸມກັນ ເພື່ອກຳນົດວ່າ ບໍ່ໃຫ້ໃຜເຄື່ອນໄຫວຫຼືເຮັດທຸລະກິດຢູ່ໃນຂອບເຂດວຽກງານທີ່ທ່ານສີຈິ້ນຜິງຮັບຜິດຊອບ.

ໂດຍໄດ້ຮັບຜົນສະທ້ອນຈາກພໍ່ແມ່ທ່ານສີຈິ້ນຜິງກໍ່ໄດ້ສືບທອດແບບແຜນຄອບຄົວທີ່ດີ ມີຄວາມເຂັ້ມງວດ ຕໍ່ສະມາຊິກໃນຄອບຄົວ.ທ່ານໄປເຮັດວຽກຢູ່ບ່ອນໃດ ມັກຈະບອກຍາດພີ່ນ້ອງແລະໝູ່ເພື່ອນວ່າ: “ຢ່າເຮັດທຸລະກິດຢູ່ໃນຂອບເຂດວຽກງານຂອງຂ້ອຍ, ບໍ່ໃຫ້ຫາຜົນປະໂຫຍດສ່ວນຕົວໂດຍອາໄສຊື່ສຽງຂອງຂ້ອຍ, ບໍ່ດັ່ງນັ້ນຂ້ອຍຈະປະຕິບັດຕາມລະບຽບການ.”

ຄວາມເຂົ້າໃຈຂອງແມ່: ການເຮັດວຽກໃຫ້ດີກໍ່ຖືເປັນຄວາມກະຕັນຍູທີ່ດີທີ່ສຸດ

ທ່ານສີຈິ້ນຜິງມີຄວາມກະຕັນຍູຕໍ່ແມ່ຫຼາຍ. ເມື່ອໃດທີ່ທ່ານມີເວລາຫວ່າງກິນເຂົ້າກັບແມ່,ເພິ່ນມັກຈະຈູງແຂນແມ່ອອກໄປຍ່າງຫຼິ້ນຫຼັງກິນເຂົ້າ, ແລະລົມກັບແມ່. ແຕ່ຍ້ອນເປັນການນຳລະດັບສູງກໍ່ຍ່ອມຈະຄານຳວຽກງານຕ່າງໆ ຈິ່ງບໍ່ສາມາດມາຢາມແມ່ໄດ້ເລື້ອຍໆ ກໍ່ກາຍເປັນເລື່ອງທີ່ໜ້າເຫັນໃຈ.

ບຸນກຸດຈີນໃນປີ 2001 ທ່ານນາງຊີຊິນໄດ້ໂທລະສັບລົມກັບທ່ານສີຈິ້ນຜິງທີ່ເປັນເຈົ້າແຂວງແຂວງຝູຈ້ຽນ ເຊິ່ງປີນັ້ນ ທ່ານບໍ່ສາມາດກັບໄປປັກກິ່ງເພື່ອຮ່ວມພາເຂົ້າກັບພໍ່ແມ່.

ໃນການລົມໂທລະສັບ, ແມ່ເວົ້າວ່າ:”ແມ່ຮູ້ສຶກດີໃຈທີ່ເຫັນວ່າລູກມີວຽກຫຼາຍ, ລູກຈະໄດ້ກັບມາຫາແມ່ຫຼືບໍ ມັນບໍ່ແມ່ນສິ່ງສຳຄັນ, ຂໍພຽງແຕ່ລູກເຮັດວຽກໃຫ້ດີແມ່ກໍ່ຖືວ່າລູມີຄວາມກະຕັນຍູຕໍ່ພໍ່ແມ່ທີ່ສຸດແລ້ວ, ນີ້ຄືການຮັບຜິດຊອບຕໍ່ຄອບຄົວ, ແລະຮັບຜິດຊອບຕໍ່ຕົວລູກເອງ, ທັງ 2 ຢ່າງນີ້ລ້ວນແຕ່ສຳພັນກົມກຽວເປັນເອກະພາບກັນ.” ເມື່ອໄດ້ຮູ້ວ່າລູກບໍ່ສາມາດກັບເມືອຢາມບ້ານຍ້ອນຄານຳວຽກ, ທ່ານນາງຊີຊິນຜູ້ເປັນແມ່ບໍ່ເຄີຍເສຍໃຈກົງກັນຂ້າມຍັງດີໃຈອີກຊ້ຳ. ຈາກຄຳເວົ້າດັ່ງກ່າວເຫັນໄດ້ວ່າແມ່ໄດ້ສະໜັບສະໜູນຕໍ່ຄວາມຮັບຜິດຊອບໃນໜ້າວຽກຂອງລູກທີ່ສຸດ, ແລະເຂົ້າໃຈຢ່າງເຕັມສ່ວນໃນເລື່ອງທີ່ລູກບໍ່ສາມາດມາເຕົ້າໂຮມກັບຄອບຄົວໃນຍາມບຸນ.

ເວົ້າສຳລັບຄອບຄົວທີ່ມີປະເພນີປະຕິວັດອັນດີງາມນັ້ນ, “ປະເທດ” ແລະ “ປະຊາຊົນ”ແມ່ນຢູ່ໃນຖານະອັນດັບໜຶ່ງສະເໝີ, ສ່ວນຄອບຄົວຂອງຕົນເອງແມ່ນຢູ່ທາງຫຼັງ. ທີ່ຈິງແລ້ວ ບໍ່ພຽງແຕ່ປີ 2001 ເທົ່ານັ້ນ , ຕະຫຼອດໄລຍະ 17 ປີແຕ່ປີ 1985-2002 ທີ່ທ່ານສີຈິ້ນຜິງໄດ້ເຮັດວຽກຢູ່ແຂວງຝູຈ້ຽນແມ່ນມີໂອກາດໜ້ອຍທີ່ສຸດທີ່ທ່ານຈະໄດ້ກັບໄປຮ່ວມສະຫຼອງປີໃໝ່ກັບຄອບຄົວ.

ຄອບຄົວຖືເປັນຫົວໜ່ວຍນ້ອຍສຸດຂອງປະເທດ, ແລະປະເທດກໍ່ປະກອບດ້ວຍຄອບຄົວນັບເປັນໝື່ນເປັນລ້ານ, ຄອບຄົວແລະປະເທດຕ່າງຊ່ວຍຊູຍູ້ໜູນກັນ.ການເອົາໃຈໃສ່ຄອບຄົວ, ເອົາໃຈໃສ່ນຳການສິດສອນຂອງສະຖາບັນຄອບຄົວ, ເອົາໃຈໃສ່ນຳແບບແຜນຂອງຄອບຄົວ, ແມ່ນຫຼັກການຂອງທ່ານສີຈິ້ນຜິງແລະຄົນໃນຄອບຄົວຂອງທ່ານ, ແລະກໍ່ໄດ້ຊາບ ຊຶມເຂົ້າໃນແນວຄິດແລະພຶດຕິກຳຂອງທ່ານສີຈິ້ນຜິງກ່ຽວກັບການປົກຄອງແລະບໍລິຫານປະເທດ.”ຄວນຈົດຈຳ ຄວາມທຸກຍາກຂອງຜູ້ອອກແຮງງານ, ແລະຟັງສຽງປະຊາຊົນຢູ່ສະເໝີ”. ໃນຫຼາຍ ປີມານີ້, ທ່ານສີຈິ້ນຜິງໄດ້ຈົດຈຳຄຳສອນຂອງແມ່, ເອົາໄວ້ໃນໃຈສະເໝີທັງຍຶດຖືອຸດົມການຂອງຕົນເອງ.ຕະຫຼອດເວລາ 6 ປີເລິ່ມແຕ່ທ່ານສີຈິ້ນຜິງໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ສູນກາງພັກກອມມູນິດຈີນມານີ້, ທ່ານໄດ້ໄປຢາມທົ່ວທຸກບ່ອນທີ່ທຸກຍາກແລະຫ່າງໄກສອກຫຼີກທົ່ວປະເທດຈີນ, ອັນໄດ້ເຮັດໃຫ້ຄຳວ່າ”ຕອບບຸນແທນຄຸນປະເທດຊາດ” ກາຍເປັນພຶດຕິກຳຕົວຈິງເພື່ອປະຊາຊົນແລະເພື່ອປະເທດຊາດ.

ແຫລ່ງທີ່ມາຈາກ: ຊີອາໄອ

LEAVE A REPLY

Please enter your comment!
Please enter your name here